Monday, June 19, 2017
Image does not exist: https://1.bp.blogspot.com/-rvTFXAFJv64/WS_IjKOZ1WI/AAAAAAAAA78/WZ5H1aSSo5Y3ACoqpdE1tyB-Nei544IyACLcB/s320/the-web-1.png
Web server ຄື ໂປຣແກຣມທີ່ຢູ່ ແລະ ເຮັດວຽກເທິງເຄື່ອງຝັ່ງ Server (Host) ເຮັດຫນ້າທີ່ໃນການຮັບຄຳສັ່ງຈາກການຮ້ອງຂໍຂອງຝັ່ງ Client (ໂດຍຜ່ານທາງ Browser) ແລະ ປະມວນຜົນການເຮັດວຽກງານຈາກການຮ້ອງຂໍດັ່ງກ່າວ ແລ້ວສົ່ງຂໍ້ມູນກັບໄປຍັງເຄື່ອງຂອງ Client ທີ່ຮ້ອງຂໍ ສະຫລຸບງ່າຍໆ ກໍຄື Web server ຄືໂປຣແກຣມທີ່ຄອຍຖ້າໃຫ້ບໍລິການແກ່ Client ທີ່ຮ້ອງຂໍຂໍ້ມູນເຂົ້າມາໂດຍຜ່ານ Browser ເວັບທີ່ຂຽນດ້ວຍ ASP ນັ້ນຈະເຮັດວຽກໄດ້ກໍຈະຕ້ອງມີ Web server ເປັນຕົວ Run ອີກເທື່ອໜຶ່ງ ດັ່ງນັ້ນ, ຖ້າເຮົາຕ້ອງການໃຫ້ເຄື່ອງຂອງເຮົາສາມາດ Run ASP ໄດ້ເຮົາຈະຕ້ອງຈຳລອງເຄື່ອງຄອມພິວເຕີຂອງເຮົາໃຫ້ເປັນ Server ໂດຍໃຊ້ໂປຣແກຣມ Web Server.
ຂັ້ນຕອນການເອີ້ນໃຊ້ງານ Web server ເພື່ອເຂົ້າເວັບໄຊ
- User ປ້ອນທີ່ຢູ່ເວັບໄຊ ຫລື URL (Uniform Resource Locator) http://www.comgeeks.net ໂດຍໃຊ້ໂປຣແກຣມເວັບເບຣາວ໌ເຊີຣ໌ ເຊັ່ນ Internet Explorer, Firefox, Chrome, Safari ແລະ Opera ເປັນຕົ້ນ
- ໂປຣແກຣມເວັບບຣາວເຊີຣ໌ຈະກວດສອບຊື່ເວັບໄຊ, Name server ຂອງໂດເມນນັ້ນ, ກວດສອບ Web server ທີ່ເວັບໄຊນັ້ນຖືກເກັບຢູ່ ພ້ອມທັງແປງ URL ນັ້ນເປັນໝາຍເລກ IP Address ຂອງ Web server ນັ້ນ
- ໂປຣແກຣມເວັບບຣາວເຊີຣ໌ກໍ່ການຕິດຕໍ່ກັບເຄື່ອງ Web server ຊຶ່ງຕາມປົກກະຕິຈະໃຊ້ Protocol TCP, ພອດ 80
- ເມື່ອໄດ້ຮັບອະນຸຍາດໃຫ້ກໍ່ການເຊື່ອມຕໍ່ກັບ Web server ແລະເວັບໄຊຕ໌ ໂປຣແກຣມເວັບເບຣາວ໌ເຊີຣ໌ຈະໃຊ້ Protocol HTTP ໃນການຮຽກເບິ່ງຂໍ້ມູນໃນເວັບໄຊຕ໌ນັ້ນ
- ທັງ 4 ຂັ້ນຕອນຂ້າງຕົ້ນ ຈະໃຊ້ເວລາພຽງສ່ຽວວິນາທີເທົ່ານັ້ນ
[Read more…]
Image does not exist: https://4.bp.blogspot.com/–EMVeIdxF5U/WTEHXPIgAoI/AAAAAAAAA-k/Q_PMmueAWP4TER6JjVRlgIA4223bI5n-wCLcB/s320/en_httpvshttps_blog.jpg
HTTP ຫຍໍ້ມາຈາກຄໍາວ່າ: Hypertext Transfer Protocol ຄື ໂປຣໂຕຄອລສື່ສານສຳລັບການແລກປ່ຽນຂໍ້ມູນຜ່ານອິນເຕີເນັດ ໂດຍຫຼັກການແລ້ວໃຊ້ໃນການຮັບເອກະສານຂໍ້ຄວາມຫຼາຍມິຕິ ທີ່ນຳໄປສູ່ການເຊື່ອມຕໍ່ກັບ World Wide Web (WWW) ຈະໃຊ້ເມື່ອເອີ້ນໂປຣແກຣມ web browser ເຊັ່ນ: Firefox, Google Chrome, Safari, Opera ແລະ IE Microsoft Internet Explorer ເອີ້ນເບິ່ງຂໍ້ມູນ ຫລື ເວັບເພຈ ໂປຣແກຣມບຣາວເຊີ ດັ່ງກ່າວຈະໃຊ້ໂປຣໂຕຄອນ HTTP ຊຶ່ງໂປຣໂຕຄອນນີ້ ເຮັດໃຫ້ເຊິບເວີສົ່ງຂໍ້ມູນມາໃຫ້ບຣາວເຊີຕາມຕ້ອງການ ແລະ ບຣາວເຊີຈະນຳຂໍ້ມູນມາສະແດງຜົນລັບເທິງຈໍພາບໄດ້ຢ່າງຖືກຕ້ອງ
ໃນການແລກປ່ຽນຂໍ້ມູນກັນລະຫວ່າງ Server ແລະ Client ຂອງ World Wide Web (Server) ໂດຍສົ່ງຂໍ້ມູນແບບ Clear text ຄື ຂໍ້ມູນບ່ອນເຮັດວຽກສົ່ງໄປນັ້ນ ບໍ່ໄດ້ທຳການເຂົ້າລະຫັດ ເຮັດໃຫ້ສາມາດຖືກດັກຈັບ ແລະ ອ່ານຂໍ້ມູນໄດ້ງ່າຍ
http ເປັນການພັດທະນາຮ່ວມກັນໂດຍ World Wide Web Consortium ຊຶ່ງເປັນຫນ່ວຍງານເບິ່ງແຍງມາດຕະຖານເວັບ ແລະ ຄະນະເຮັດວຽກຈາກ Internet Engineering Task Force ໂດຍອອກມາເປັນຊຸດເອກະສານ RFC ເອກະສານເນື້ອທີ່ສຳຄັນຄື RFC 2616 ຊຶ່ງເປັນມາດຕະຖານ http 1.1 ທີ່ໃຊ້ກັນຢ່າງກວ້າງຂວາງໃນປັດຈຸບັນ
http ເປັນ ໂປຣໂຕູູຄອລທີ່ໃຊ້ຮ້ອງຂໍ/ຕອບກັບ ລະຫວ່າງເຄື່ອງລູກຂ່າຍທີ່ໃຊ້ເວັບບຣາເຊີ ກັບເຄື່ອງແມ່ຂ່າຍທີ່ເອີ້ນວ່າ: ເວັບເຊິບເວີ ໂດຍເຮັດວຽກເທິງໂປຣໂຕຄອນ TCP ຕາມພອດທີ່ກຳນົດ (ປົກກະຕິໃຊ້ພອດ 80).
[Read more…]
Saturday, June 17, 2017
ໂດຍປົກກະຕິແລ້ວຖ້າເຮົາຮູ້ຈັກ LAN ກໍ່ຈະສາດເຮັດຄວາມເຂົ້າໃຈກັບ VLAN ໄດ້ງ່າຍຂື້ນຊຶ່ງ LAN ກໍ່ໝາຍເຖິງການເຊື່ອມຕໍ່ອຸປະກອນ Network ຕ່າງໆເຂົ້າດ້ວຍກັນພາຍໃນ location ດຽວກັນ ອາດຈະເປັນຕຶກດຽວກັນຊັ້ນດຽວກັນ ຫຼື ພາຍໃນພື້ນທີ່ດຽວກັນກໍ່ໄດ້
Image does not exist: http://1.bp.blogspot.com/-96LJ2KA7QO8/VZ0s-p_BoPI/AAAAAAAAAOk/i1J05I5SegY/s400/1.jpg
ອຸປະກອນທີ່ເຊື່ອມຕໍ່ພາຍໃນ LAN ດຽວກັນກໍ່ສາມາດຕິດຕໍ່ຊື່ສານກັນໄດ້ ແລະ ອຸປະກອນທັງໝົດກໍ່ຈະຢູ່ໃນ Broadcast Domain ດຽວກັນ
Broadcast Domain ແມ່ນຂອບເຂດຫຼືບໍລິເວນທີ່ Broadcast Traffic ສາມາດສົ່ງກະຈາຍໄປເຖິງໄດ້ເຊິ່ງຖືກແບ່ງໄດ້ຈາກອິນເຕີເຟສຂອງ ອຸປະກອນ L3 ຂື້ນໄປ.
ຖ້າມີການໃຊ້ງານຫລາຍໆເນັດເວີກເທິງ LAN ກໍ່ຈະເຮັດໃຫ້ traffic ແບບ broadcast ຍິ່ງມີຫລາຍຂື້ນຕື່ມ ແລະ ຈະສົ່ງຜົນໃຫ້ Network ເຮັດວຽກໄດ້ຊ້າລົງ ນອກຈາກຈະເຮັດໃຫ້ Network ຊ້າລົງແລ້ວຍັງສົ່ງຜົນຕໍ່ອຸປະກອນຕ່າງໆອີກດ້ວຍ, ຖ້າເຮົາຕ້ອງການຈະແຍກ Network ອອກຈາກກັນຫຼືເວົ້າງ່າຍໆຄືແບ່ງ Broadcast Domain ອອກເປັນ 2 ວົງ ຫຼື ຫຼາຍໆວົງກໍ່ສາມາດເຮັດໄດ້ຫຼາຍວົງກໍ່ສາມາດເຮັດໄດ້ໂດຍການແຍກ Switch ອີກໂຕໜຶ່ງເລີຍຕາມຮູບດ້ານລຸ່ມ
Image does not exist: http://1.bp.blogspot.com/-liw5RnVJs_4/VZ0s_FoMqfI/AAAAAAAAAOw/QXjpDnT32P0/s400/2.jpg
ຈາກຮຸບເຮົາກໍ່ຈະສາມາດແຍກວົງ ຫຼື ແຍກ broadcast domain ອອກຈາກກັນໄດ້ແລ້ວແຕ່ມັນກໍ່ເປືອງ switch ຫຼາຍໜ່ວຍ!! ດັ່ງນັນ VLAN ຈຶ່ງເຂົ້າມາຊ່ວຍໃນຈຸດນີ້ໄດ້ ໂດຍໃຫ້ຜົນຄືກັບການແບ່ງ switch ອອກຈາກກັນ ແຕ່ໃຊ້ switch ພຽງແຕ່ໜ່ວຍດຽວ.
VLAN ຫຼື Virtual LAN ເປັນຄວາມສາມາດຂອງອຸປະກອນ switch ທີ່ສາມາດກຳນົດຂອບເຂດຂອງ Broadcast Domain ເທິງ Layer 2 ໝາຍຄວາມວ່າເທິງ Switch 1 ໂຕ ສາມາດແຍກ broadcast domain ໄດ້ຫຼາຍໆວົງ ຫຼື ແຍກ subnet ນັ້ນເອງ.
Image does not exist: http://3.bp.blogspot.com/-ptTJyqMlfzc/VZ0s_EiCQiI/AAAAAAAAAOs/7ZNUgb4of9Q/s400/3.jpg
ປະໂຫຍດຂອງການເຮັດ VLAN ຫຼັກໆມີຫຍັງແດ່?
· ລຸດຈຳນວນ broadcast traffic ລົງໃນເຄືອຂ່າຍ
· ລຸດຄວາມສ່ຽງ ປ້ອງກັນການ flooding ພາຍໃນ network ໃຫ້ຈຳກັດພາຍໃນ VLAN ດຽວ
· ເພີ່ມຄວາມປອດໄພເພາະແຕ່ລະ VLAN ບໍ່ສາມາດຊື່ສານກັນໄດ້
· ໃຊ້ງານໄດ້ງ່າຍພຽງແຕ່ config ເທິງ port ຂອງ switch ໃຫ້ຢູ່ພາຍໃນ VLAN ກຳນົດ ໂດຍບໍ່ຕ້ອງຍ້າຍສາຍ
Source: https://ilikecisco.blogspot.com/2015/07/vlan.html
Image does not exist: http://www.frankkung.com/wp-content/uploads/2016/10/ipv6-evolution.png
ເລີ່ມຈາກ IPv4 (32 bits) ເຊິ່ງເປັນຮູບແບບ IP ທີ່ເຮົາໃຊ້ກັນທົ່ວໄປ (ຕຢ: 192.168.1.1)
ແລ້ວເລກໃຫຍ່ສຸດທີ່ເຮົາສາມາດໃສ່ເຂົ້າໄປໃນແຕ່ລະລັອກແມ່ນເລກຫຍັງ?
ແມ່ນແລ້ວເນາະ 255 ນັ້ນເອງແລ້ວເປັນຫຍັງຈຶ່ງວ່າ 255 ?
ເພາະວ່າ IPv4 ຈະມີ 4 ຊ່ອງແມ່ນບໍ່ ແຕ່ລະຊ່ອງຈະເກັບ binary ຂະໜາດ 8 bits
ຫຼື ກໍ່ຄືຄຳນວນງ່າຍໆ 2^8 ຫຼື ອີກວິທີຄື ປ່ຽນເລກຖານສອງ -> ຖານສິບ
1 1 1 1 1 1 1 1 ກໍ່ຈະໄດ້ 255 ນັ້ນກໍ່ຄືຈຳນວນໃຫຍ່ສຸດຂອງ 1 ຊ່ອງເນາະເມື່ອລວມໆກັນແລ້ວ IPv4 ກໍ່ຈະເປັນ 2^32 ມັນສາມາດສ້າງໄອພີໄດ້ 4,294,967,296 ໄອພີແຕ່ວ່າປັດຈຸບັນມັນໃກ້ຈະເຕັມແລ້ວເຂົາເລີຍສ້າງ IPv6 ຂຶ້ນມາ
ສຳລັບໂຕ IPv6 ແມ່ນມັນຈະສາມາດເກັບ IP ໄດ້ຂະໜາດ 128bits ເນາະໂດຍມັນຈະແບ່ງເປັນ 8 ຊ່ອງ, ຊ່ອງລະ 16bits (16bits x 8 = 128bits) ຄືທີ່ຮູ້ເນາະເລກຖານ 10 ມັນຈະສາມາດສະແດງຜົນໄດ້ແຕ່ເລກ 0-9 ເທົ່ານັ້ນ ແລະ ເລກຂະໜາດ 16bits ມັນໃຫຍ່ຫລາຍຖ້າໃຊ້ເລກຖານ 10 ສະແດງເລກ 16bits ແບບເຕັມໆກໍ່ຈະໄດ້ 65535 ເຫັນບໍ່ວ່າເລກມັນໃຫຍ່ຫລາຍ. ສະນັ້ນເຂົາເລີຍເລືອກທີ່ຈະເອົາເລກຖານ 16 ມາສະແດງແທນເລກຖານ 10 ເພາະມັນຈະສັ້ນກວ່າ ແລະ ເບິ່ງງ່າຍກວ່າຄືຖ້າຈະສະແດງເລກເຕັມໆຂອງ 16 bits ໃນເລກຖານ 16 ກໍ່ຈະໄດ້ FFFF ເຫັນບໍ່ວ່າມັນສັ້ນກວ່າແຖມ
ເບິ່ງງ່າຍກວ່າ. ເພາະເລກຖານ 16 ສາມາດສະແດງ (0 1 2 3 4 5 6 7 8 9 A B C D E F ຄວາມໝາຍຄື 0-15 ຕາມລຳດັບ). ຄືຕົວຢ່າງໃນຮູບທາງລຸ່ມນີ້ກໍ່ຄືຈະມີ 8 ຊ່ອງແຕ່ຈະໃຊ້ພຽງແຕ່ 4 ຊ່ອງແລ້ວອີກ 4 ຊ່ອງທີ່ເຫຼືອເຮົາກໍ່ສາມາດປະມັນໄປໄດ້ເນາະບໍ່ຕ້ອງເອົາມາໃຊ້ໝົດ.
Image does not exist: http://www.frankkung.com/wp-content/uploads/2016/10/Capture.png
ຂອບໃຈ ຂໍ້ມູນ : http://www.frankkung.com/2016/10/12/ipv4-%E0%BB%81%E0%BA%A5%E0%BA%B0-ipv6-%E0%BA%95%E0%BB%88%E0%BA%B2%E0%BA%87%E0%BA%81%E0%BA%B1%E0%BA%99%E0%BB%81%E0%BA
%99%E0%BA%A7%E0%BB%83%E0%BA%94/